ແຜນການພັດທະນາ 5 ປີຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ
ຕາມຂ່າວສານຊິນຮວາ ລາຍງານໃນວັນທີ 27 ທັນວາ, ໂດຍອີງຕາມກະຊວງການຄ້າຈີນ ໃຫ້ຮູ້ວ່າ: ກະຊວງການຄ້າຈີນ ແລະ
ພາກສ່ວນເສດຖະກິດການຄ້າຂອງ 5 ປະເທດ ຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ຮັບຮອງເອົາ ແລະ ເຜີຍ
ແຜ່ແຜນການພັດທະນາ 5 ປີຂອງການຮ່ວມມືດ້ານເສດຖະກິດຂ້າມປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃນໄລຍະປີ 2023-2027.
ແຜນການດັ່ງກ່າວມີຈຸດປະສົງ ເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳປະ ເທດແມ່ນ້ຳລ້ານ
ຊ້າງ-ແມ່ນ້ຳຂອງ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຕື່ມອີກ, ໂດຍໄດ້ວາງແຜນການວຽກງານຫຼາຍດ້ານ ເຊັ່ນ:
ການຄ້າ-ການລົງທຶນ, ການຄ້າເອເລັກໂຕຣນິກ, ງານວາງສະແດງສິນຄ້າ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ການແລກປ່ຽນດ້ານ
ເສດຖະກິດ, ເຕັກນິກ ແລະ ອື່ນໆ, ຈະຍົກສູງລະດັບການຮ່ວມມືດ້ານເສດຖະກິດຂ້າມປະເທດລະຫວ່າງປະເທດສະມາຊິກ ແລະ
ຊຸກຍູ້ໃຫ້ເສດຖະກິດໃນອະນຸພາກພື້ນພັດທະນາແບບເຊື່ອມໂຍງເຂົ້າກັນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/12/2023